Homeຂ່າວທ້ອງຖິ່ນເມືອງຕົ້ນເຜິ້ງ ທຳລາຍສິນຄ້າຕ້ອງຫ້າມ,ໝົດອາຍຸ ແລະ ສິນຄ້າລອກຮຽນແບບ

ເມືອງຕົ້ນເຜິ້ງ ທຳລາຍສິນຄ້າຕ້ອງຫ້າມ,ໝົດອາຍຸ ແລະ ສິນຄ້າລອກຮຽນແບບ

ວັນທີ 15 ມີນາ 2022 ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຕົ້ນເຜິ້ງ ໄດ້ມີພິທີທຳລາຍສິນຄ້າຕ້ອງຫ້າມ,ສິນຄ້າໝົດອາຍຸ ແລະ ສິນຄ້າລອກຮຽນແບບ ໂດຍການເຂົ້າຮ່ວມຂອງທ່ານ ອິນປອນ ແກ້ວດາວົງ ກຳມະການພັກເມືອງ ຮອງເຈົ້າເມືອງໆ ຕົ້ນເຜິ້ງ, ມີທ່ານ ແສງປະເສີດ ຫລວງລືໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ມີພະແນກການອຸດສາຫະກຳການຄ້າແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ການກວດກາສິນຄ້າໝົດອາຍຸ ເຊິ່ງໄດ້ເລີມຈັດຕັ້ງປະຕິບັດມາແຕ່ຕົນເດືອນກຸມພາເປັນຕົ້ນມາ ໂດຍປະຕິບັດຕາມສິດ ແລະ ພາລະບົດບາດ ທັງເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ໃຊ້ສິນຄ້າທີ່ມີຄຸນນະພາບ ແລະ ມີຄວາມປອດໄພ ເຈົ້າໜ້າທີ່ການຄ້າຈື່ງໄດ້ລົງກວດກາຮ້ານຂາຍຍົກ-ຂາຍຍ່ອຍພາຍໃນເມືອງຕົ້ນເຜິ້ງທັງໝົດ 63 ຮ້ານ, ໃນນັ້ນມີ 20 ຮ້ານທີ່ພົບເຫັນວ່າມີສິນຄ້າໝົດອາຍຸວາງຂາຍຢູ່ພາຍໃນຮ້ານ ເປັນຕົ້ນ ໝີ່ສຳເລັດຮູບ, ເຂົ້າໜົມ,ນ້ຳອັດລົມ, ນົມຄາເນຊັ້ນ, ເສັ້ນລ້ອນ, ນ້ຳຕານ ແລະ ສິນຄ້າອື່ນໆ ລວມ 21 ລາຍການ ຕົກເປັນມູນຄ່າ 19 ລ້ານ 9 ແສນກວ່າກີບ.

ຕໍ່ກັບສິນຄ້າດັ່ງກ່າວທາງເຈົ້າໜ້າທີ່ໄດ້ອາຍັດສິນຄ້າໄວ້ ພ້ອມທັງສ້າງບົດບັນທຶກກ່າວເຕືອນ ແລະ ໄດ້ປັບໄຫມບາງຮ້ານຄ້າ ຕາມລະບຽບການອີກຈຳນວນໝື່ງ.

ເຈົ້າໜ້າທີ່ຍັງໄດ້ໃຫ້ຄຳແນະນຳເຈົ້າຂອງຮ້ານຮູ້ເຖິງວິທີການກວດກາສິນຄ້າໝົດອາຍຸ ທັງເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈໃນລະບຽບການ ມີຄວາມຕື່ນຕົວກວດກາສິນຄ້າທີ່ໝົດອາຍຸດ້ວຍຕົນເອງ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper