Homeຂ່າວທ້ອງຖິ່ນພິທີເປີດປ້າຍ ແລະ ປ່ຽນຊື່ ບ້ານສາມແຍກ ເປັນ ບ້ານສາລາພູຄູນ

ພິທີເປີດປ້າຍ ແລະ ປ່ຽນຊື່ ບ້ານສາມແຍກ ເປັນ ບ້ານສາລາພູຄູນ

ພິທີເປີດປ້າຍ ແລະ ປ່ຽນຊື່ ບ້ານສາມແຍກ ເປັນ ບ້ານສາລາພູຄູນ ຢ່າງເປັນທາງການ ໄດ້ຈັດຂື້ນໃນວັນທີ 15 ກຸມພາ 2022ນີ້ ທີ່ວັດພູຄູນ ພຸດທະນາຣາມ ໂດຍມີທ່ານ ສົມສະຫວາດ ເລັງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ, ມີການນຳຂອງແຂວງ, ການນຳຂອງເມືອງຕະຫຼອດຮອດຂະແໜງການຂອງເມືອງເຂົ້າຮ່ວມ.

ການປ່ຽນຊື່ ຈາກ ບ້ານສາມແຍກ ( ຊື່ເກົ່າ ) ມາເປັນ ບ້ານສາລາພູຄູນ ( ຊື່ໃໝ່ ) ເທດສະບານຕົວເມືອງພູຄູນ ແຂວງຫຼວງພະບາງ ຄໍາວ່າ “ ສາລາພູຄູນ ” ມີປະຫວັດຄວາມເປັນມາທາງດ້ານປະຫວັດສາດໃນສະໄໝຕໍ່ສູ້ປົດປອຍປະເທດຊາດ ສາມແຍກສາລາພູຄູນ ແມ່ນຈຸດຍຸດທະສາດສຳຄັນທາງດ້ານການທະຫານຂອງກຳລັງແນວລາວຮັກຊາດ ບັ້ນຮົບບຸກຕີປົດປອຍສາລາພູຄູນ ເກີດຂື້ນໃນຊຸມປີ1972-1973 ເປັນບັ້ນຮົບມ້ວນທ້າຍຂອງສະໜາມຮົບຢູ່ສປປລາວ ທີໄດ້ປະສານສົມທົບກັບບັນດາບັນຮົບໃນທົ່ວປະເທດ ເພື່ອຕີໃຫ້ຈັກກະພັດອາເມລີກາ ແລະ ລູກແຫຼ່ງຕີນມື ຍອມຈຳນົນຢ່າງສິນເຊີງ.

ແຫຼ່ງຂ່າວ: ຂ່າວສານຫລວງພະບາງ Luangprabang News