Homeຂ່າວທ້ອງຖິ່ນຂ່າວດ່ວນ! ເສຍຊີວິດ ກໍລະນີທີ 2 ຢູ່ສະຫວັນນະເຂດ (ກໍລະນີທີ 6 ທົ່ວປະເທດ)

ຂ່າວດ່ວນ! ເສຍຊີວິດ ກໍລະນີທີ 2 ຢູ່ສະຫວັນນະເຂດ (ກໍລະນີທີ 6 ທົ່ວປະເທດ)

ໂທລະພາບ ແຂວງສະຫວັນນະເຂດ ແລະ ກູ້ໄພແຂວງສະຫວັນນະເຂດ ແຈ້ງໃຫຮູ້ວ່າ: ໃນເຊົ້າວັນທີ 27 ກໍລະກົດ 2021 ມື້ນີ້ຜູ້ຕິດເຊື້ອໂຄວິດ-໑໙ ຢູ່ແຂວງສະຫວັນນະເຂດເສຍຊີວິດເພີ່ມອີກ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ເປັນກໍລະນີທີ 2 ຂອງແຂວງສະຫວັນນະເຂດ.ເຊິ່ງຜູ້ກ່ຽວແມ່ນແຮງງານກັບຈາກປະເທດເພື່ອນບ້ານ ພາຍຫລັງກັກກັນຢູ່ສູນ ແລະ ກວດພົບເຊື້ອ ແລ້ວເຂົ້າຮັບການປິ່ນປົວແຕ່ວັນທີ 9 ກໍລະກົດ 2021.