HomeUncategorizedປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ

ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ

ທົ່ວປະເທດກຽມປ່ອຍປາ 58 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ 58 ລ້ານໂຕ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ທີ່ຈະມາຮອດນີ້.

ທ່ານ ບຸນປອນ ແສງທອງ, ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິ ກຳ ແລະປ່າໄມ້ ແຈ້ງໃຫ້ຮູ້ວ່າ: ການສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ປີນີ້ ຈະຈັດແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ19 ແຕ່ຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຈຸດປະສົງຕົ້ນຕໍ ຂອງວັນທີ່ມີຄວາມໝາຍສຳຄັນນີ້ ແນ່ໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທຳມະຊາດໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ.

ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ຕື່ມວ່າ: ສຳລັບກິດຈະກຳປ່ອຍປາເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ປີນີ້, ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈະປ່ອຍປາທັງໝົດ 50.000 ໂຕ ໃນນີ້ ມີປາປາກ 20.000 ໂຕ, ປາໃນ 15.000 ໂຕ ແລະ ປານວນຈັນ 15.000 ໂຕ, ທີ່ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ), ເມືອງຫີນເຫີບ, ແຂວງວຽງຈັນ.