Homeຂ່າວຕ່າງປະເທດສຸດຍອດ! ຍິງຊາວອັບຟຣິກາໃຕ້ ອາຍຸ 37 ປີ ໃຫ້ກຳເນີດລູກ 10 ຄົນ ໃນຄັ້ງດຽວ

ສຸດຍອດ! ຍິງຊາວອັບຟຣິກາໃຕ້ ອາຍຸ 37 ປີ ໃຫ້ກຳເນີດລູກ 10 ຄົນ ໃນຄັ້ງດຽວ

ຍິງທ່ານໜຶ່ງ ຊື່ວ່າ Gosiame Thamara Sithole ອາຍຸ 37 ປີ ຊາວອັບຟຣິກາໃຕ້ ໃຫ້ກຳເນີດລູກ 10 ຄົນໃນຄັ້ງດຽວ ເຊິ່ງເປັນການຖືພາຄັ້ງທີ່ສອງຂອງລາວ. ຖືພາຄັ້ງທຳອິດກໍແມ່ນແຝດ 2 ຄົນ ປັດຈຸບັນອາຍຸ 6 ປີ ເຊິ່ງລາວມີລູກທັງໝົດຕອນນີ້ 12 ຄົນ.

ຂໍ້ມູນໄດ້ຖືກເປີດເຜີຍໃນວັນທີ 8 ມິຖຸນາ 2021 ວ່າ ແຝດທັງ 10 ຄົນປະກອບໄດ້ດ້ວຍ ຊາຍ 7 ຄົນ, ຍິງ 3 ຄົນ ລາວບອກວ່າ ເປັນການຖືພາທີ່ເກີດຂຶ້ນໂດຍທຳມະຊາດ ເຊິ່ງຕອນທຳອິດແພດວິໄຈວ່າລາວຖືພາແຝດ 6 ຄົນເຊິ່ງເປັນການເບິ່ງຈາກການສະແກນກວດທັງ 2 ຄັ້ງ ແຕ່ລາວກໍບໍ່ເຊື່ອ ແລະ ຄິດວ່າລູກແຝດໃນທ້ອງມີພຽງແຕ່ 2-3 ຄົນເທົ່ານັ້ນ.

ແຕ່ເມື່ອເວລາຜ່ານໄປທ້ອງຂອງລາວກໍໄດ້ໃຫຍ່ຂຶ້ນເລື້ອຍໆ ລາວກໍເລີຍເຊື່ອ ເຮັດໃຫ້ນອນບໍ່ຫຼັບ ແລະ ເປັນຫ່ວງລູກໆໃນທ້ອງ ແຕ່ເມື່ອຮອດມື້ເກີດລູກກໍພົບວ່າມີເຖິງ 10 ຄົນດ້ວຍກັນ ໂດຍເປັນການຜ່າເອົາລູກອອກ ເຊິ່ງລູກໆຕ້ອງຢູ່ໃນຄວາມດູແລຂອງແພດຢ່າງໜ້ອຍ 2 ເດືອນ.