ທ້າຍອາທິດທີ່ຜ່ານມາ ດຣ ສູນທອນ ຫລວງໄຊສີ ຮອງຫົວຫນ້າພະແນກ ສາທາລະນະສຸກແຂວງອຸດົມໄຊ ຮ່ວມກັບບັນດາແຂວງພາກເຫນືອ ພ້ອມຄະນະ ໄດ້ເດີນທາງໄປຊາຍແດນ ລາວ – ຈີນ (ບໍ່ເຕ່ນ – ບໍ່ຫ່ານ) ລະຫວ່າງ ແຂວງຫລວງນໍ້າທາ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ ເພື່ອຮັບເອົາເຄື່ອງຊ່ວຍເຫຼືອ ປ້ອງກັນເຊື້ອພະຍາດໂຄວິດ -19.
![](https://th0lakhong.com/wp-content/uploads/2021/05/186450542_1393600181013258_2955781639344950103_n-1024x766.jpg)
ເຄື່ອງທີ່ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ ( ສາທາລະນະລັດ ປະຊາຊົນ ຈີນ ) ນຳມາມອບໃຫ້ກັບບັນດາແຂວງພາກເຫນືອ ໃນຄັ້ງນີ້ ມີ ຜ້າອັດປາກ – ດັ່ງ ຈໍານວນ 6 ແສນອັນ ແລະ ຊຸດປ້ອງກັນ ຂອງແພດ 3 ພັນຊຸດ. ໃນນີ້ ແຂວງອຸດົມໄຊ ໄດ້ຮັບ ຜ້າອັດປາກ – ດັ່ງ ຈໍານວນ 1 ແສນອັນ ແລະ ຊຸດປ້ອງກັນຂອງແພດ ຈຳນວນ 5 ຮ້ອຍຊຸດ ແລະ ສ່ວນທີ່ເຫຼືອແມ່ນໄດ້ຈັດແບ່ງໃຫ້ກັບບັນດາແຂວງພາກເໜືອ ມີ: ແຂວງບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ ແລະ ແຂວງຫລວງພະບາງ ຕາມສະພາບ, ເງື່ອນໄຂຕົວຈິງ.
![](https://th0lakhong.com/wp-content/uploads/2021/05/186188307_1393600194346590_1750261339446685769_n-1024x766.jpg)
ເຄື່ອງຈໍານວນດັ່ງກ່າວ ແມ່ນການຊ່ວຍເຫຼືອລ້າ ຈາກ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ ແລະຈະນໍາໄປໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ – 19 ຢູ່ພາຍໃນແຂວງ ເຊິ່ງມາຮອດປັດຈຸບັນນີ້ ເຫັນວ່າ ຍັງມີຄວາມຕ້ອງການ ແລະ ຈຳເປັນຢ່າງຍິ່ງ ໃນການນຳໃຊ້ເຄື່ອງດັ່ງກ່າວ ເຖິງແມ່ນວ່າ ການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງອຸດົມໄຊ ຈະມີທ່າອ່ຽງຫຼຸດລົງ ແລະ ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນກໍຕາມ.
![](https://th0lakhong.com/wp-content/uploads/2021/05/186447238_1393600187679924_2735208998989561546_n-1024x766.jpg)
ຂ່າວ: ຄານມະນີ ຮຽນດໍຈັນ
ກວດແກ້ໂດຍ: ອ່ຽງຄຳ ວິລະສັກ