ສະຫວັນນະເຂດ: ເຕືອນການສັນຈອນ ນ້ຳຖ້ວມເສັ້ນທາງລະຫວ່າງບ້ານໜອງເດີນ ຫາ ບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ

ເຊົ້າວັນທີ 9 ຕຸລາ 2020 ທີ່ເມືອງອາດສະພອນ, ແຂວງສະຫວັນນະເຂດ ຕອນນີ້ນ້ຳກຳລັງຖ້ວມເສັ້ນທາງລະຫວ່າງບ້ານໜອງເດີນ ຫາ ບ້ານທາດດອກແກ້ວ ເຊິ່ງທາງຫຼັກທີ່ພໍ່ແມ່ປະຊາຊົນຫຼາຍບ້ານ ສັນຈອນໄປຫາເມືອງ, ຫາແຂວງ.

ປະຈຸບັນແຂວງສະຫວັນນະເຂດ ມີສາມເມືອງທີ່ພວມປະເຊີນໄພນໍ້າຖ້ວມຄື ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງອາດສະພອນ.

.

.

ລາຍງານໂດຍ: ສອງຫ້ອງ Studio